วันอังคารที่ 24 ธันวาคม พ.ศ. 2562

ຈັດພິທີຝຶກອົບຮົມ ແນະນຳວິທີການສ້າງ, ອອກແບບ, ດັດແກ້, ປັບປຸງ ແລະ ນຳໃຊ້ແວັບບ໋ອກເກີ້ ທີ່ຫ້ອງການ ຊສ ເມືອງເຊໂປນ.



ໃນເວລາ 10 ໂມງ 00 ນາທີ  ຂອງວັນທີ 24 ທັນວາ 2019 ທາງທີມງານຂະແໜງແຜນການສະຖິຕິຂໍ້ມຸນຂ່າວສານ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານການແນະນຳກ່ຽວກັບເວບບ໋ອກເກີ້ ແລະ ນຳໃຊ້ແວັບບ໋ອກເກີ້ ຂື້ນທີ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຊໂປນ, ພາຍໄຕ້ການເປັນປະທານຂອງທ່ານ ກອງໄຊ ໄຍະພູມ ຫົວໜ້າຫ້ອງການຊສ ເມືອງເຊໂປນພ້ອມດ້ວຍຄະນະ ແລະ ວິຊາການຈາກຂະແໜງ ຂຜສ ແລະ ເມືອງ ທັງໝົດ 16  ທ່ານ ,ຍິງ 1 ທ່ານ, ທ່ານ ພົນລະຄອນ  ສຸລິວົງ ໄດ້ສະ  ເໜີຈຸດປະສົງ ແລະ ໄດ້ຈັດພິທີຝຶກອົບຮົມ ແນະນຳວິທີການສ້າງ, ອອກແບບ. ປັງປຸງ ແລະ ນຳໃຊ້ແວັບບ໋ອກເກີ້, ຮຽນຮູ້ວິທີການອັບໂຫຼດ ຂໍ້ມູນເອກະສານດຳລັດ ແລະ ຂໍ້ຕົກລົງຕ່າງໆ ແນະນຳວິທີການຂຽນຂ່າວ, ເຜີຍແຜ່ຂໍ້ມູນວິຊາສະເພາະທີ່ກ່ຽວຂ້ອງ ກ່ຽວກັບວຽກງານຂະບວນການຕ່າງໆ ລົງແວັບບ໋ອກເກີ້.

ມາຮອດເວລາ 5ໂມງ 00 ນາທີ ຂອງວັນດຽວກັນ  ການຝຶກອົບຮົມກໍໄດ້ສີ້ນສຸດລົງ.




ไม่มีความคิดเห็น:

แสดงความคิดเห็น