ພາລະບົດບາດຫ້ອງການຊັບພະຍາກອນທໍາມະຊາດແລະ ສິງແວດລ້ອມເມືອງເຊໂປນ
ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ.
ຫ້ອງການຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ເມືອງເຊໂປນ. ຂຽນເປັນຕົວອັກສອນຫຍໍ້ວ່າ: ຫຊສ ແມ່ນກົງຈັກການຈັດຕັ້ງໜຶ່ງຂອງຫ້ອງການ,
ມີພາລະບົດບາດເປັນເສນາທິການໃຫ້ແກ່ ຫ້ອງການ ແລະ ພະແນກຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມແຂວງ, ໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດປະໂຫຍດສູງສຸດ
ແລະ ມີຄວາມຍືນຍົງ, ປົກປັກຮັກສາສິ່ງແວດລ້ອມບໍ່ໃຫ້ມີມົນລະພິດຮັບປະກັນການຈັດຕັ້ງປະຕິບັດການປ້ອງກັນ
ແລະ ຮັບມືຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດ ແລະ ໄຟພິບັດທາງທຳມະຊາດສະໜອງຂໍ້ມູນອຸຕຸນິຍົມ
ແລະ ອຸທົກກະສາດຢ່າງເປັນປົກກະຕິໃນຂອບເຂດນະຄອນຂອງຕົນ.
ໝວດທີ 2
ໜ້າທີ່ ແລະຂອບເຂດສິດ
ມາດຕາ 3 ໜ້າທີ່
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງເຊໂປນ ມີໜ້າທີ່ດັ່ງນີ້:
1.
ປະຕິບັດລັດຖະທຳມະນູນ, ກົດໝາຍ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳກ່ຽວກັບວຽກງານ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂອງຂັ້ນເທິງວາງອອກ;
2.
ໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ນິຕິກຳ, ແຜນງານ, ໂຄງການ
ກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການປ້ອງກັນໄພພິບັດທາງທຳມະຊາດ, ການປ່ຽນແປງດິນຟ້າອາກາດ
ແລະ ວຽກງານອຸຕຸນິຍົມ ແລະ ອຸທົກກະສາດ;
3.
ສ້າງ, ຄຸ້ມຄອງ ແລະ ນຳໃຊ້ຖານຂໍ້ມູນ-ຂ່າວສານທີ່ດິນ ໃນທ້ອງຖິ່ນຂອງຕົນ, ດຳເນີນການສຳຫຼວດ, ວັດ ແທກ ແລະ ສອບຖາມສິດນຳໃຊ້ທີ່ດິນ
ເພື່ອຂຶ້ນທະບຽນອອກໃບຕາດິນ, ອອກໃບຢັ້ງຢືນການນຳໃຊ້ທີ່ດິນ, ການພັດທະນາທີ່ດິນ, ການສ້າງສຳມະໂນທີ່ດິນ, ເຊັນໃບຕາດິນໃນເວລາຂື້ນທະບຽນອອກໃບຕາດິນ
ແລະ ຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ລວມທັງການເບ່ງແຍກ ແລະ ໂຮມຕອນດິນ, ຈົດທະບຽນການເຄືຶ່ອນໄຫວການນຳໃຊ້ທີ່ດິນ;
4.
ຄິດໄລ່ຄ່າທຳນຽມ ແລະ ເກັບຄ່າບໍລິການ ໃນການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້
ຕາມກົດໝາຍ ແລະ ລະບຽບການ;
5.
ປະສານສົມທົບກັບຫ້ອງການອື່ນໆ ແລະ ອົງການປົກຄອງບ້ານນການປົກປັກຮັກສາ, ພັດທະນາ, ກວດການຳໃຊ້ທີ່ດິນ ແລະ
ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ່ງພາຍໃນທ້ອງຖິ່ນຕົນ;
6.
ສ້າງແຜນຄຸ້ມຄອງ ແລະ ບົດລາຍງານສະພາບລວມອ່າງຮັບນ້ຳຂະໜາດນ້ອຍ, ອອກອະນຸຍາດນຳໃຊ້ນ້ຳໃຕ້ດິນ
ຂະໜາດກາງ, ຢັ້ງຢືນວິຊາການກ່ຽວກັບການບໍລິການຂຸດເຈາະ ຫຼື ຊີເຈາະນ້ຳໃຕ້ດິນຂະໜາດນ້ອຍ, ກຳນົດເຂດສະຫງວນນ້ຳ ແລະ
ຊັບພະຍາກອນນ້ຳຂັ້ນ ນະຄອນປົກປັກຮັກສາ, ຟື້ນຟູ, ພັດທະນານ້ຳ ແລະ
ຊັບພະຍາກອນນ້ຳຂັ້ນເມືອງ;
7.
ສົ່ງເສີມ ແລະ ສ້າງຈິດສຳນຶກໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດແຜນການສ້າງຕົວເມືອງ
ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມ, ວຽກງານຂຽວສະອາດງາມຕາ, ສ້າງ ແລະ
ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມຮອບດ້ານໃນຂອບເຂດນະຄອນ ຂອງຕົນ;
8.
ທົບທວນ ແລະ ພິຈາລະນາຮັບຮອງເອົາແຜນຄຸ້ມຄອງສິ່ງແວດລ້ອມ
ສໍາລັບທຸລະກິດແບບຄອບຄົວ ໃນຂອບເຂດ ນະຄອນຂອງຕົນເຂົ້າຮ່ວມຂະບວນການທົບທວນ ແລະ
ພິຈາລະນາຮັບຮອງເອົາບົດລາຍງານ ສຶກສາ ເບື້ອງຕົ້ນກ່ຽວກັບຜົນກະທົບສິ່ງແວດລ້ອມ, ບົດປະເມີນຜົນກະທົບສິ່ງແວດລ້ອມແບບລະອຽດຂອງໂຄງການລົງທຶນໃນຂອບເຂດ
ນະຄອນຂອງຕົນ;
9.
ກວດກາການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ເປັນຕົ້ນ: ດິນ, ນໍ້າ, ແຮ່ທາດ, ປ່າໄມ້ ແລະ ຊີວະນາໆພັນ
ຂອງບັນດາຂະແໜງການ, ໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ;
10.
ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ
ກິດຈະການຕ່າງໆຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສຳປະທານ ແລະ
ສັນຍາຕ່າງໆ ທີ່ຕິດພັນກັບໂຄງການ ລວມທັງທຸລະກິດຄອບຄົວ;
11.
ກວດກາສິ່ງແວດລ້ອມຕົວເມືອງທີ່ຕິດພັນກັບບັນຫາມົນລະພິດ ສຽງ, ກິ່ນ, ນໍ້າເປື້ອນ, ສິ່ງເສດເຫຼືອ ແລະ
ສານເຄມີຈາກຄຳສະເໜີ ແລະ ຮ້ອງຟ້ອງຂອງປະຊາຊົນພາຍໃນທ້ອງຖິ່ນຕົນ
ລວມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂຢ່າງມີປະສິດທິພາບ ແລະ
ປະສິດທິຜົນ;
12.
ວາງແຜນໃນການລົງກວດກາ ແລະ
ຮັບມືເຫດການສຸກເສີນທາງດ້ານສິ່ງແວດລ້ອມທີ່ເກີດຈາກທຳມະຊາດ ຫຼື
ເກີດຈາກກິດຈະການຕ່າງໆລວມທັງການສະເໜີ ແລະ
ຮ້ອງຟ້ອງຂອງປະຊາຊົນໃນທ້ອງຖິ່ນເພື່ອປະເມີນຄວາມເສຍຫາຍ ແລະ ປະສານສົມທົບຂະແໜງການທີ່ກ່ຽວຂ້ອງໃນການແກ້ໄຂ;
13.
ເກັບກຳ, ສ້າງຖານຂໍ້ມູນ ສະໜອງ ແລະ ແລກປ່ຽນຂໍ້ມູນກ່ຽວກັບວຽກງານກວດກາ ການຄຸ້ມຄອງ ແລະ
ນຳໃຊ້ຊັບພະຍາກອນທຳມະຊາດ, ກວດກາການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມຂອງໂຄງການລົງທຶນ ແລະ
ກິດຈະການຕ່າງໆຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສຳປະທານ ແລະ
ສັນຍາຕ່າງໆທີ່ຕິດພັນກັບໂຄງການ, ທຸລະກິດຄອບຄົວ ແລະ ກວດກາເຫດການສຸກເສີນດ້ານສິ່ງແວດ ລ້ອມ;
14.
ເຂົ້າຮ່ວມຈັດຕັ້ງປະຕິບັດການສັງເກດສະພາບອາກາດ, ວັດແທກ, ເກັບກຳ, ສັງລວມ ແລະ
ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄ້ວາ, ສະເໜີ ປັບປຸງຍົກລະດັບ
ຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີແຜ່ນດິນໄຫວ ໃນຂອບເຂດນະຄອນຂອງຕົນ;
15.
ຊີ້ນໍາ, ຄຸ້ມຄອງ, ບຳລຸງ - ກໍ່ສ້າງ, ສັບຊ້ອນ, ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນ ພ້ອມທັງສ້າງແຜນ ແລະ ເຂົ້າຮ່ວມການຝຶກອົບຮົມ, ສຳມະນາ ຄົ້ນຄ້ວາ ປັບປຸງ
ແລະ ບູລະນະກົງຈັກການຈັດຕັ້ງຂອງຫ້ອງການຕົນໃຫ້ເຂັ້ມແຂງ ກຳນົດຕຳແໜ່ງງານ ໃຫ້ຖືກຕ້ອງ
ແລະ ສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ;
16.
ສັງລວມສະຖິຕິ, ຄຸ້ມຄອງ ຊີວະປະຫວັດຂອງພະນັກງານ-ລັດຖະກອນ ເຂົ້າສູ່ຖານຂໍ້ມູນດ້ວຍລະບົບເອເລັກໂທນິກທີ່ທັນສະໄໝ;
17.
ຕິດຕາມ, ກວດກາ, ປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ເພື່ອສະກັດກັ້ນປະກົດການລະເມີດກົດໝາຍ
ແລະ ລະບຽບການຕ່າງໆຂອງລັດ;
18.
ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ງົບປະມານ, ຄຸ້ມຄອງບັນຊີ, ຄັງເງິນສົດ, ເງິນເດືອນ, ເງິນນະໂຍບາຍຕ່າງໆ; ດຳເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ ແຜນງົບປະມານ
ລວມທັງແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານຕາມກົດໝາຍ ແລະ ລະບຽບການ;
19.
ຄຸ້ມຄອງບໍລິຫານ, ຄຸ້ມຄອງ ແລະ ນຳໃຊ້ຊັບສິນ, ຊັບສົມບັດລວມຂອງລັດ ໃຫ້ຖືກກັບເປົ້າໝາຍ ແລະ ສອດ ຄ່ອງກັບກົດໝາຍ
ແລະ ລະບຽບການຕ່າງໆ;
20.
ພົວພັນຮ່ວມມື ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ
ເພື່ອຂົນຂວາຍການສະໜັບສະ
ໜູນດ້ານເຕັກນິກວິຊາການ ແລະ ທຶນຮອນເຂົ້າໃນວຽກງານຂອງຫ້ອງການຕົນ ຕາມການມອບໝາຍ ແລະ
ການເຫັນດີຂອງຂັ້ນເທິງ;
21.
ປະເມີນ ແລະ ສະຫຼຸບສັງລວມ ການປະຕິບັດໜ້າທີ່ການເມືອງຂອງຫ້ອງການຕົນ
ແລ້ວລາຍງານໃຫ້ຂັ້ນເທິງຕາມລະບົບສາຍຕັ້ງ ແລະ ສາຍຂວາງຂອງຕົນ ເປັນປົກກະຕິ;
22.
ປະຕິບັດໜ້າທີ່ອື່ນໆ ຕາມທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຈົ້າເມືອງຫຼື
ຂັ້ນເທິງໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ ຫຼື ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆ.
ມາດຕາ 4 ຂອບເຂດສິດ.
ຫ້ອງການຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມ ເມືອງເຊໂປນ ມີສິດດັ່ງນີ້:
1. ສະເໜີປັບປຸງແກ້ໄຂ, ສ້າງ ຫຼື ຍົກເລີກນະໂຍບາຍ, ແຜນຍຸດທະສາດ ນິຕິກຳຕ່າງໆທີ່ຕິດພັນກັບການ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ທີ່ເຫັນວ່າບໍ່ສອດຄ່ອງ;
2. ອອກຂໍ້ຕົກລົງ ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳວິຊາການ
ກ່ຽວກັບຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດ ນະຄອນຂອງຕົນ;
3. ຕີລາຄາ ແລະ ປະເມີນຜົນການນຳໃຊ້ທີ່ດິນ, ອອກ ຫຼື ຖອນເອກະສານກ່ຽວກັບສິດນຳໃຊ້ທີ່ດິນ,
ໃຫ້ການບໍລິການທາງດ້ານວິຊການ ກ່ຽວກັບວຽກງານທີ່ດິນ ແລະ
ເກັບລາຍຮັບຕ່າງໆ ກ່ຽວກັບທີ່ດິນ;
4. ສະເໜີຂັ້ນເທິງ ແລະ ສັ່ງໂຈະຊົ່ວຄາວ ຫຼື
ຖາວອນ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດດຳເນີນກິດຈະການຕ່າງໆ
ກ່ຽວກັບການບໍລິການ, ນຳໃຊ້, ສິດໃຊ້,
ສິດນຳໃຊ້ ການໃຫ້ເຊົ່າ ຫຼື ສຳປະທານຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ວາງອອກ;
5. ຍ້ອງຍໍ ແລະ ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ
ໃນການປະກອບສ່ວນ, ໃນການຄຸ້ມຄອງ,
ປົກປັກຮັກສາ ຟື້ນຟູບູລະນະ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ມີຜົນງານດີເດັ່ນ
ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ,
ການຈັດຕັ້ງປະຕິບັດພັນທະທາງດ້ານສິ່ງແວດລ້ອມຂອງໂຄງການລົງທຶນ ແລະ
ກິດຈະການຕ່າງໆພາຍໃນທ້ອງຖິ່ນຕົນ;
6. ກ່າວເຕືອນ ຫຼື ນຳໃຊ້ຊັບພະຍາກອນອື່ນໆ ຕາມກົດໝາຍ
ຕໍ່ຜູ້ທີ່ສ້າງຜົນເສຍຫາຍແກ່ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບໍ່ປະຕິບັດພັນທະທາງດ້ານສິ່ງແວດລ້ອມ
ຂອງໂຄງການລົງທຶນ ແລະ ກິດຈະ ການຕ່າງໆຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ລວມທັງສັນຍາສຳປະທານ
ແລະ ສັນຍາຕ່າງໆ ທີ່ຕິດພັນກັບໂຄງການລົງທຶນ ແລະ ກິດຈະການຕ່າງໆຢູ່ພາຍໃນທີ່ຕົນຮັບຜິດຊອບ;
7. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ,
ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ
ແລະ ປະຕິບັດນະໂຍບາຍ ອຸດ ໜູນບຳເນັດ-ບຳນານ
ອຸດໜູນທາດເບື່ອ, ເຄມີ ແລະ ສານພິດຕ່າງໆ, ອຸດໜູນເສຍກຳລັງແຮງຕໍ່ພະນັກງານຂັ້ນຕ່າງໆທີ່ຢູ່ຄວາມຮັບຜິດຊອບຂອງຕົນ;
8. ເຂົ້້າຮ່ວມກອງປະຊຸມທັງພາຍໃນ ແລະ ຕ່າງປະເທດ
ທີ່ພົວພັນກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຕາມການມອບໝາຍ ແລະ
ເຫັນດີຂອງຂັ້ນເທິງ;
9. ສະເໜີສ້າງຕັ້ງຄະນະກຳມະການສິ່ງແວດລ້ອມນະຄອນ
ຄະນະກຳມະການອື່ນທີ່ຕິດພັນກັບການຄຸ້ມຄອງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມຄວາມຈຳເປັນ;
10. ປະຕິບັດສິດອື່ນໆຕາມທີ່ຫົວໜ້າພະແນກຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມແຂວງ ຫຼື ເຈົ້ານະ ຄອນ ໄດ້ມອບໝາຍໃຫ້ສະເພາະ
ແລະ ຕາມສິດທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆ.
ໝວດທີ 3
ໂຄງປະກອບການຈັດຕັ້ງ
ມາດຕາ 5 ໂຄງປະກອບກົງຈັກ
ໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງການຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ເມືອງເຊໂປນ ປະກອບດ້ວຍ:
1.
ໜ່ວຍງານບໍລິຫານ
2. ໜ່ວຍງານທີ່ດິນ
3.
ໜ່ວຍງານ ນໍ້າ, ອຸຕຸນິຍົມ ແລະ ສິ່ງແວດລ້ອມ
ມາດຕາ 6 ໂຄງປະກອບບຸກຄະລາກອນ
ບຸກຄະລາກອນຂອງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເຊໂປນ
ປະກອບດ້ວຍ:
1.
ຫົວໜ້າຫ້ອງການ 01 ທ່ານ ຮັບຜິດຊອບຕໍ່ ຫ້ອງການ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ
ໃນການຄຸ້ມຄອງຂະແໜງການຕົນຮັບຜິດຊອບ ຊຶ່ງມີສິດ ແລະ ໜ້າທີ່ ຕາມທີ່ກຳນົດໄວ້.
ໃນເວລາຫົວໜ້າຫ້ອງການ
ຕິດຄັດຕ້ອງມອບສິດໃຫ້ຮອງຫົວໜ້າຫ້ອງການທ່ານໃດໜຶ່ງ ເປັນຜູ້ຮັກສາການແທນ;
2. ມີຮອງຫົວໜ້າຫ້ອງການຈຳນວນ 02 ທ່ານ ເຊິ່ງຊ່ວຍຫົວໜ້າຫ້ອງການ
ໃນການຊີ້ນໍາວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜື່ງ ຕາມການມອບໝາຍຂອງຫົວໜ້າຫ້ອງການ.
ຮອງຫົວໜ້າຫ້ອງການເປັນຜູ້ຮັກສາການແທນໃນເວລາຫົວໜ້າຫ້ອງການ ຕິດຂັດ;
3. ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ ແລະ
ລັດຖະກອນວິຊາການຈຳນວນໜຶ່ງ ຕາມການກຳນົດຕຳ ແໜ່ງງານ.
ການບັນຈຸ, ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.
ໝວດທີ 4
ໜ້າທີ່ ແລະຂອບເຂດສິດ
ຂອງໜ່ວຍງານ
ມາດຕາ 7 ໜ້າທີ່ ແລະ ຂອບເຂດສິດ ຂອງໜ່ວຍງານບໍລິຫານ
1. ຜັນຂະຫຍາຍແຜນການ, ແຜນງານໂຄງການຂອງຫ້ອງການໃຫ້ເປັນໜ້າວຽກລະອຽດຂອງໜ່ວຍງານຕົນພ້ອມທັງຮັບຜິດຊອບຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
2. ເປັນໃຈການງປະສານງານ ແລະ ອຳນວຍຄວາມສະດວກທັງໃຫ້ການຊ່ວຍເຫຼືອ
ແລະ ການຮ່ວມມືຕາມຄວາມເໝາະສົມແກ່ບັນດາໜ່ວຍງານຕ່າງໆພາຍໃນຫ້ອງການໃນກນຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຫ້ອງການ;
3. ຄຸ້ມຄອງບໍລິການວຽກງານຂາເຂົ້າ-ຂາອອກສຳເນົາແລະການປົກປັກຮັກສາເອກະສານ,
ຈໍລະຈອນແຈກຢາຍເອກະສານ, ວຽກງານພິທີການ,
ຮັບແຂກ, ອະນາໄມ, ຄວາມເປັນລະບຽບຮຽບຮ້ອຍ
ແລະ ອື່ນໆ;
4. ສ້າງແຜນການເຄື່ອນໄຫວຂອງຫ້ອງການປະຈຳເດືອນ, 3 ເດືອນ, 6 ເດືອນ
ແລະ ປະຈຳປີພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຫ້ອງການໃນແຕ່ລະໄລຍະບົນພື້ນຖານສັງລວມບັນດາແຜນການ
ແລະບົດລາຍງານສະເພາະຂອງແຕ່ລະໜ່ວຍງານພາຍໃນຫ້ອງການ;
5. ສ້າງແຜນການເຄື່ອນໄຫວວຽກງານ, ແຜນງົບປະມານປະຈຳປີ,
ແຜນຈັດຊຶ້, ຈັດຈ້າງ, ກໍ່ສ້າງ, ສ້ອມແປງ, ຄຸ້ມຄອງສັບສົມບັດຂອງລັດທີ່ຫ້ອງການຄຸ້ມຄອງ,
ນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບການ.
6. ເກັບຄ່າທຳນຽມ, ຄ່າບໍລິການກ່ຽວກັບວຽກງານຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມໃນຂອບເຂດຂອງຕົນຮັບຜິດຊອບ;
7. ເກັບກຳສັງລວມ ແລະ ສ້າງລະບົບຖານຂໍ້ມູນ-ຂ່າວສານໃນຂົງເຂດຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມເພື່ອຄຸ້ມຄອງຢ່າງລວມສູນແນໃສ່ເພື່ອເກັບຮັກສາ, ນຳໃຊ້, ແລກປ່ຽນ ແລະ ບໍລິການ;
8. ເຜີຍແຜ່ປະຊາສຳພັນຂໍ້ມູນ-ຂ່າວສານກ່ຽວກັບວຽກງານຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງການທີ່ຕົນຮັບຜິດຊອບຜ່ານສື່,
ສິ່ງພິມ, ໂທລະພາບ, ວິທະຍຸ ແລະ ການສື່ສານອື່ນໆທີ່ເໝາະສົມ;
9. ເກັບກຳຂໍ້ມູນ, ສັງລວມສະຖິຕິ, ຊີວະປະຫວັດ, ການເລື່ອນຊັ້ນ, ຂັ້ນເງິນເດືອນ, ການອຸດໜູນ, ການບຳເນັດ-ບຳນານ, ການເສຍຊີວິດ,
ອື່ນໆພ້ອມທັງຕີລາຄາ ແລະ ປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດຖະກອນພາຍໃນຫ້ອງການຕົນຕາມກົດໝາຍ
ແລະ ລະບຽບການທີ່ກ່ຽວຂ້ອງກຳນົດໄວ້;
10. ສ້າງແລະປັບປຸງແຜນການກໍ່ສ້າງ ແລະ ບຳລຸງພະນກງານທາງດ້ານການເມືອງ-ແນວຄິດ, ວິຊາສະເພາະ
ແລະ ນຳໃຊ້ພະນັກງານລັດຖະກອນໃນຫ້ອງການຕົນລວມທັງວຽກງານອົງການຈັດຕັ້ງມະຫາຊົນ,
ວຽກງານໂຄສະນາອົບຮົມ ແລະ ອື່ນໆລະບົບສາຍຂວາງ;
11. ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທິງ, ແຕ່ງຕັ້ງ, ຍົກຍ້າຍ,
ປິດຕຳແໜ່ງ, ເລື່ອນຊັ້ນ, ຍ້ອງຍໍປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຫ້ອງການ;
12. ຄົ້ນຄວ້າ ແລະ ນຳສະເໜີການປະຕິບັດນະໂຍບາຍຕໍ່ການຈັດຕັ້ງບຸກຄົນ
ຫຼື ນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການຄຸ້ມຄອງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມໃນຂອບເຂດນະຄອນຂອງຕົນ ແລະ ປະຕິບັດວິໄນຕໍ່ການຈັດຕັ້ງບຸກຄົນ
ຫຼື ນິຕິບຸກຄົນທີ່ລະເມີດກົດໝາຍ ແລະ ລະບຽບການ;
13. ພົວພັນຮ່ວມມືກັບຕ່າງປະເທດ ແລະ
ບັນດາອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດເພື່ອຂົນຂວາຍເອົາທຶນ, ເຕັກນິກ-ວິຊາການເພື່ອສ້າງຄວາມເຂັ້ມແຂງວຽກງານຂອງໜ່ວຍງານຕົນຕາມການມອບໝາຍ
ແລະການເຫັນດີຂອງຂັ້ນເທິງ;
14. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານໜ່ວນງານດິນພ້ອມທັງຂຶ້ນແຜນການງົບປະມານ ແລະ ສະຫຼຸບວຽກງານ
ແລະ ສະຫຼຸບວຽກງານການເຄື່ອນໄຫວວຽກງານຂອງໜ່ວຍງານດິນຕໍ່ຫົວໜ້າຫ້ອງການເປັນແຕ່ລະໄລຍະ;
15. ຕິດຕາມການປະຕິບັດສິດ ແລະ ໜ້າທີ່
ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນທີ່ຂຶ້ນກັບສິດແລະ ຄຸ້ມຄອງຂອງໜ່ວຍງານຕົນເພື່ອສະກັດກັ້ນປະກົດການລະເມີດມະຕິ,
ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ;
16. ປະເມີນຜົນ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງໜ່ວຍງານຕົນຕໍ່ຫົວໜ້າຫ້ອງການເປັນແຕ່ລະໄລຍະ;
17. ປະຕິບັດສິດ ແລະ ໜ້າທີ່ອື່ນໆ
ຕາມການມອບໝາຍຂອງຫົວໜ້າຫ້ອງການ ແລະ ຂັ້ນເທິງ.
ມາດຕາ 8 ໜ້າທີ່ ແລະ ຂອບເຂດສິດຂອງໜ່ວຍງານທີ່ດິນ
1. ຜັນຂະຫຍາຍແຜນການ, ແຜນງານ, ໂຄງການຂອງຫ້ອງການໃຫ້ເປັນໜ້າວຽກລະອຽດ
ຂອງໜ່ວຍງານຕົນພ້ອມທັງຮັບຜິດຊອບຈັດຕັ້ງປະຕິບັດໃຫ້ໄດ້ມີປະສິດທິຜົນສູງ;
2. ເປັນໃຈການງປະສານງານ ແລະ ອຳນວຍຄວາມສະດວກທັງໃຫ້ການຊ່ວຍເຫຼືອ
ແລະ ການຮ່ວມມືຕາມຄວາມ ເໝາະສົມແກ່ບັນດາໜ່ວຍງານຕ່າງໆພາຍໃນຫ້ອງການໃນກນຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຫ້ອງການ;
3. ຄົ້ນຄວ້າ, ສ້າງ, ຄຸ້ມຄອງແລະນຳໃຊ້ຖານຂໍ້ມູນ-ຂ່າວສານທີ່ດິນຢູ່ພາຍໃນນະຄອນ;
4. ດຳເນີນການສຳຫຼວດ, ວັດແທກ ແລະ ສອບຖາມສິດນຳໃຊ້ທີ່ດິນເພື່ອຂຶ້ນທະບຽນອອກໃບຕາດິນ,
ອອກໃບຢັ້ງຢືນການນໍາໃຊ້ທີ່ດິນ, ການພັດທະນາທີ່ດິນ,
ການສ້າງສຳມະໂນທີ່ດິນ;
5. ຄົ້ນຄວ້າ, ການປ່ຽນແປງສິດນຳໃຊ້ທີ່ດິນລວມທັງການແບ່ງແຍກ
ແລະ ໂຮມຕອນດິນ, ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ;
6. ຄິດໄລ່ຄ່າທຳນຽມ, ເກັບຄ່າບໍລິການໃນການຈົດທະບຽນການເຄື່ອນໄຫວ,
ການປ່ຽນແປງສິດນຳໃຊ້ທີ່ດິນຕາມກົດໝາຍ ແລະ ລະບຽບການ;
7. ຕິດຕາມກວດການຳໃຊ້ທີ່ດິນເປັນຕົ້ນການຫັນປ່ຽນປະເພດດິນ, ເປົ້າໝາຍການນຳໃຊ້ທີ່ດິນ;
8. ຮັບຄຳຮ້ອງ ຫຼື ຄຳສະເໜີ ແລະ ການແກ້ໄຂບັນຫາທີ່ດິນ, ທາງດ້ານບໍລິການຕາມກົດໝາຍໂດຍປະສານສົມທົບກັບຫ້ອງການ
ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງພາຍໃນນະຄອນ;
9. ສ້າງແຜນການເຄື່ອນໄຫວວຽກງານ, ແຜນງານງົບປະມານຂອງໜ່ວຍງານຕົນ
ເພື່ອສະເໜີເຂົ້າແຜນການລວມຂອງຫ້ອງການ;
10. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ
ທີ່ຂຶ້ນກັບສິດ ຄຸ້ມຄອງຂອງໜ່ວຍງານຕົນ ເພື່ອສະກັດກັ້ນປະກົດການລະເມີດ, ມະຕິ ຄຳສັ່ງ, ກົດໝາຍ ແລະ
ລະບຽບການຕ່າງໆ ຂອງລັດ;
11. ປະເມີນຜົນ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງໜ່ວຍງານຕົນຕໍ່ຫົວໜ້າຫ້ອງການເປັນແຕ່ລະໄລຍະ;
12. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າຫ້ອງການ, ນະຄອນ ແລະ ຂັ້ນເທິງ.
ມາດຕາ 9 ໜ້າທີ່ ແລະ ຂອບເຂດສິດຂອງໜ່ວຍງານນໍ້າ,
ອຸຕຸນິຍົມ ແລະ ສິ່ງແວດລ້ອມ
1. ຜັນຂະຫຍາຍແຜນການ, ແຜນງານ, ໂຄງການຂອງຫ້ອງການໃຫ້ເປັນໜ້າວຽກລະອຽດ
ຂອງໜ່ວຍງານຕົນພ້ອມທັງຮັບຜິດຊອບຈັດຕັ້ງປະຕິບັດໃຫ້ໄດ້ມີປະສິດທິຜົນສູງ;
2. ເປັນໃຈການງປະສານງານ ແລະ ອຳນວຍຄວາມສະດວກທັງໃຫ້ການຊ່ວຍເຫຼືອ
ແລະ ການຮ່ວມມືຕາມຄວາມເໝາະສົມແກ່ບັນດາໜ່ວຍງານຕ່າງໆພາຍໃນຫ້ອງການໃນກນຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຫ້ອງການ;
3. ທົບທວນ ແລະ ພິຈາລະນາຮັບຮອງເອົາແຜນຄຸ້ມຄອງສິ່ງແວດລ້ອມສຳລັບທຸລະກິດຄອບຄົວໃນຂອບເຂດນະຄອນຂອງຕົນເຂົ້າຮ່ວມຂະບວນການທົບທວນ
ແລະ ພິຈາລະນາຮັບຮອງເອົາບົດລາຍງານການສຶກສາເບຶ້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດຂອງໂຄງການລົງທຶນ
ໃນຂອບເຂດນະຄອນຂອງຕົນ;
4. ເຂົ້າຮ່ວມປ້ອງກັນ, ຄວບຄຸມ ແລະ ຕິດຕາມກວດກາມົນລະພິດທາງອາກາດ,
ນ້ຳ, ດິນ, ສຽງ ແລະ ກິ່ນຈາກແຫຼ່ງປ່ອຍ
ແລະ ແຫຼ່ງທົ່ວໄປ, ຄຸ້ມຄອງສານເຄມີທີ່ເປັນພິດ,
ວັດຖຸອັນຕະລາຍ, ສິ່ງເສດເຫຼືອອັນຕະ ລາຍ ແລະ ສິ່ງເສດເຫຼືອອື່ນໆ ສຳຫຼວດ ແລະ ເກັບກຳຂໍ້ມູນມົນລະພິດ,
ວາງແຜນ, ປ້ອງກັນ, ສະກັດກັ້ນ
ແລະ ແກ້ໄຂເຫດການສຸກເສີນທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດໃນຂອບເຂດນະຄອນຂອງຕົນ;
5. ສົ່ງເສີມ ແລະ ສ້າງຈິດສຳນຶກໃນການປົກປັກຮັກສາຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ, ຈັດຕັ້ງປະຕິບັດແຜນການສ້າງຕົວເມືອງ ແລະ ຊົນນະບົດຍືນຍົງດ້ານສິ່ງແວດລ້ອມໃນຂອບເຂດນະຄອນຂອງຕົນ, ລວມທັງວຽກງານການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງດ້ານໄພພິບັດໃນຂອບເຂດຂອງຖິ່ນຕົນຕາມທິດທີ່ມີຄຸນນະພາບຂອງຕົນ, ຕໍ່ເນື່ອງ, ຍືນຍົງ ແລະ ເປັນສີຂຽວ;
6. ເຂົ້າຮ່ວມຕິດຕາມກວດກາມົນລະພິດທຸກປະເພດຈາກບັນດາໂຄງການລົງທຶນ ແລະ ກິດຈະການຕ່າງໆ ເພື່ອແກ້ໄຂບັນຫາຮ່ວມກັບຂະແໜງສາຍຕັ້ງຢູ່ໃນນະຄອນຂອງຕົນລວມທັງສຳຫຼວດ-ຈັດສັນພື້ນທີ່
ສ້າງສະໜາມກຳຈັດຂິ້ເຫຍື້ອຂອງນະຄອນໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ;
7. ສ້າງແຜນຄຸ້ມຄອງ ແລະ ບົດລາຍງານສະພາບລວມອ່າງຮັບນ້ຳຂະໜາດນ້ອຍ, ຄົ້ນຄວ້າກຳນົດເຂດສະຫງວນນ້ຳນຳສະເໜີອອກໃບອະນຸຍາດນຳໃຊ້ນ້ຳໃຕ້ດິນຂະໜາດກາງ,
ຢັ້ງຢືນດ້ານວິຊາການ ແລະ ອອກໃບອະນຸຍາດບໍລິການຂຸດເຈາະນ້ຳໃຕ້ດິນ, ກວດກາຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນລວມທັງເຂົ້າຮ່ວມຕິດຕາມກວດກາ ແລະ ປະເມີນຜົນການັຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ອະນຸລັກ, ຟື້ນຟູ,
ນຳໃຊ້ ແລະ ໂຄງການພັດທະນາຕ່າງໆ
ທີ່ກ່ຽວຂ້ອງກັບຊັບພະຍາກອນນ້ຳຢູ່ໃນຂອບເຂດນະຄອນຂອງຕົນ;
8. ເຜີຍແຜ່ ແລະ ໂຄສະນາປະຊາສຳພັນ, ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທາງບໍລິຫານທີ່ພົວພັນເຖິງການຄຸ້ມຄອງ-ບໍລິຫານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
9. ປະສານງານ ແລະ ເຂົ້າຮ່ວມກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນໃນການຄຸ້ມຄອງຊັບພະຍາກອນນ້ຳໃນຂອບເຂດນະຄອນຂອງຕົນ;
10. ຕິດຕາມ, ສະພາບອາກາດ, ວັດແທກ, ເກັບກກຳ, ສັງລວມ,
ຄຸ້ມຄອງ ແລະ ລາຍງານຂໍ້ມູນອຸຕຸນິຍົມ ແລະອຸ ທົກກະສາດ ໄພພິບັດ ແລະ ແຜ່ນດິນໄຫວ, ເຜີຍແຜ່ ແລະ ນຳໃຊ້ຂໍ້ມູນ-ຂ່າວສານຊັບພະຍາກອນນ້ຳ, ອຸຕຸນິຍົມແລະ ອຸທົກກະສາດໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ;
11. ຍົກລະດັບຄວາມສາມາດໃນການນຳໃຊ້ຕາໜ່າງສະຖານີອຸຕຸການບິນ
ແລະ ການບໍລິການແກ່ວຽກງານຄົມມະນາຄົມທາງອາກາດ, ປັບປຸງຕາໜ່າງສະຖານີອຸຕຸກະເສດ,
ເພື່ອຮັບປະກັນແຜນງານຄ້ຳປະກັນສະບຽງອາຫານ ແລະ ຜະລິດສິນຄ້າໃນຂອບເຂດນະຄອນຂອງຕົນ;
12. ເຂົ້າຮ່ວມການຈັດຕັ້ງປະຕິບັດດໍາລັດ, ຍຸດທະສາດແຜນດໍາເນີນງານປ່ຽນແປງດິນຟ້າອາກາດ ແລະ ວຽກງານຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ສໍາຫຼວດ, ເກັບກຳຂໍ້ມູນ,
ກໍານົດພຶ້ນທີ່ ແລະ ສ້າງແຜນທີ່ ຄວາມສ່ຽງ ແລະ ຄວມບອບບາງຕໍ່ການປ່ຽນແປງດິນຟ້າອາກາດໃນນະຄອນຂອງຕົນ;
13. ຕິດຕາມກວດກາຜູ້ປະກອບການລວມທັງຂະແໜງການລັດທີ່ກ່ຽວຂ້ອງຈັດຕັ້ງປະຕິບັດພັນທະ ແລະ ແຜນການຄຸ້ມຄອງສິ່ງແວດລ້ອມໂຄງການ. ກວດກາການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ, ເປັນຕົ້ນ: ດິນ, ນໍ້າ, ແຮ່ທາດ, ປ່າໄມ້ ແລະ ຊີວະນາໆພັນ
ຂອງບັນດາຂະແໜງການ, ໂຄງການລົທຶນ ແລະ ກິດຈະການຕ່າງໆ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ;
14. ສ້າງແຜນການເຄື່ອນໄຫວວຽກງານ, ແຜນງານງົບປະມານຂອງໜ່ວຍງານຕົນ
ເພື່ອສະເໜີເຂົ້າແຜນການລວມຂອງຫ້ອງການ;
15. ຕິດຕາມການປະຕິບັດສິດ, ໜ້າທີ່ ແລະ
ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດ ຄຸ້ມຄອງຂອງໜ່ວຍງານຕົນ
ເພື່ອສະກັດກັ້ນປະກົດການລະເມີດ, ມະຕິ ຄຳສັ່ງ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ;
16. ປະເມີນຜົນ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງໜ່ວຍງານຕົນຕໍ່ຫົວໜ້າຫ້ອງການເປັນແຕ່ລະໄລຍະ;
17. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າຫ້ອງການ, ນະຄອນ ແລະ ຂັ້ນເທິງ.
ໝວດທີ 5
ຫຼັກການ ແລະ ແບບແຜນວິທີເຮັດວຽກ
ມາດຕາ 10 ຫຼັກການ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນ ເຄື່ອນໄຫວຕາມຫຼັກການດັ່ງນີ້:
1.
ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ໂດຍມີການສົມທົບລະຫວ່າງຄວາມຮັບຜິດຊອບຂອງໝູ່ຄະນະກັບການຍົກສູງຄວາມຮັບຜິດຊອບຂອງບຸກຄົນ;
2.
ປະຕິບັດລະບອບຫົວໜ້າດຽວຕາມການແບ່ງຂັ້ນຄຸ້ມຄອງ ແລະ ບົນພື້ນຖານມີການແບ່ງງານກັນຢ່າງຈະແຈ້ງໃນໝູ່ຄະນະ ແລະ ທຸກຂັ້ນ;
3. ທຸກການເຄື່ອນໄຫວຂອງວຽກງານແມ່ນອີງໃສ່ແນວທາງນະໂຍບາຍຂອງພັກ, ລັດ, ກົດໝາຍ ແລະ ລະບຽບການ.
ມາດຕາ 11 ແບບແຜນວິທີເຮັດວຽກ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງເຊໂປນ ມີແບບແຜນ ແລະ
ວິທີເຮັດວຽກດັ່ງນີ້:
1. ທຸກການເຄື່ອນໄຫວວຽກງານຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນແມ່ນອີງໃສ່ຫຼັກການ ແລະ ລະບຽບການຂອງນະຄອນ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ;
2. ເຮັດວຽກຢ່າງມີແຜນການ, ແຜນງານ ແລະ ໂຄງການລະອຽດ;
3. ມີການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ. ແກ້ໄຂວຽກງານຢ່າງມີຈຸດສຸມແລະ ມີເປົ້າໝາຍໃນແຕ່ລະໄລຍະ;
4.
ປະຕິບັດລະບອບປະຊຸມ, ສ່ອງແສງ, ລາຍງານປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ແລະ ແຜນ ຍຸດທະສາດໃນແຕ່ລະໄລຍະ, ກອງປະຊຸມວິຊາການຕ່າງໆເພື່ອຊຸກຍູ້, ຕິດຕາມແລະ ກວດກາ, ເກັບກຳສະພາບລວມ ແລະ ສະເພາະດ້ານຈາກທຸກຂົງເຂດວຽກງານ ແລະ ສັງລວມລາຍງານໃຫ້ເຈົ້າເມືອງ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.
ໝວດທີ 6
ບົດບັນຍັດສຸດທ້າຍ
ມາດຕາ 12 ງົບປະມານ ແລະ ຕາປະທັບ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງມີງົບປະມານ ແລະ ຕາປະທັບເປັນຂອງຕົນເອງ ເພື່ອເຄື່ອນໄຫວວຽກງງານທາງລັດຖະການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດໄວ້.
ມາດຕາ 13 ການຈັດຕັ້ງປະຕິບັດ
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ 14 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງຂອງເຈົ້າເມືອງ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການຊັບເມືອງ ສະບັບເລກທີ 93/ຈມ ຊປ, ລົງວັນທີ 03 ທັນວາ 2022 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ເຈົ້າເມືອງ
ບ່ອນນໍາສົ່ງ:
-
ຫ້ອງການຊສເມືອງ 01 ສະບັບ(ເພື່ອປະຕິບັດ);
-
ພະແນກຊັບ 01 ສະບັບ(ເພື່ອຊາບ);
-
ຫ້ອງວ່າການ.............. 01 ສະບັບ(ເພື່ອຊາບ);
-
ຄະນະຈັດຕັ້ງ....... 01 ສະບັບ(ເພື່ອຊາບ);
-
ຫ້ອງການພາຍໃນເມືອງ 01 ສະບັບ(ເພື່ອຊາບ);
-
ຂະແໜງການກ່ຽວຂ້ອງ 01 ສະບັບ(ເພື່ອຊາບ);
-
ເກັບຮັກສາໄວ້ 01 ສະບັບ.


ไม่มีความคิดเห็น: