วันศุกร์ที่ 26 มิถุนายน พ.ศ. 2563

ກອງປະຊຸມທາບທາມ ຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານແຂວງສະຫັວນນະເຂດ(ຈຸດເມືອງເຊໂປນ).

        ໃນຄັ້ງວັນທີ 15 ມິຖຸນາ 2020 ເວລາ 8 : 30 ໂມງ ໄດ້ຈັດກອງປະຊຸມທາບທາມ ຮ່າງແຜນຈັດສັນທີ່ດິນ, ຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານແຂວງສະຫັວນນະເຂດ. ເຊິ່ງໄດ້ຈັດຂື້ນຢູ່ສະ ໂມສອນເມືອງເຊໂປນ ແຂວງສະຫັວນນະເຂດ. ເປັນປະທານໂດຍທ່ານວົງສະຫັວນ ວຽງມະນີ ເຈົ້າເມືອງ-ເມືອງເຊໂປນ ແລະ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ ມີແຂກເຂົ້າ ຮ່ວມ 5 ຕົວເມືອງ (ເມືອງນອງ, ພີນ, ວິລະບູລີ,ພະລານໄຊ, ອາດສະພອນ) ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ສະພາປະຊາຊົນແຂວງອ້ອມຂ້າງຈຳນວນເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 10 ທ່ານ.
        ກອງປະຊຸມໄດ້ດຳເນີນມາຮອດ ເວລາ 12 : 00 ໂມງ ກໍ່ໄດ້ປິດລົງຢ່າງເປັນທາງການ.





ไม่มีความคิดเห็น:

แสดงความคิดเห็น